ໂຄງການ XiLearn ຢູ່ປະເທດລາວ
ເປົ້າໝາຍຂອງ XiLearn ແມ່ນການສ້າງອາຊີບໃຫ້ຊາວໜຸ່ມລາວ (ໂດຍບໍ່ຄໍານຶງເຖິງເພດ ຫຼື ລາຍຮັບ) ແລະ ເປັນຜູ້ທີ່ມີຄວາມຮູ້ພື້ນຖານພາສາອັງກິດທີ່ດີ.
ການຝຶກອົບຮົມປະກອບມີເຕັກນິກການຕະຫຼາດດິຈິຕອນທຸກຮູບແບບ (ການອອກແບບເວັບໄຊຕ໌, ອີຄອມເມີຊ, ການເພີມປະສິດຕິພາບຂອງເຄື່ອງຈັກຊອກຫາລະດັບສາກົນ (SEO / SEA), ການຕະຫຼາດເນື້ອຫາ, ເຄືອຂ່າຍສັງຄົມອອນໄລ ແລະ ອື່ນໆ).
ນັກຮຽນຈະໄດ້ຮັບການສະຫນັບສະຫນູນຈາກທີ່ປຶກສາທີ່ເລືອກໄວ້ແລ້ວ ດ້ວຍຄວາມຊໍານານສະເພາະດ້ານ.
ການຝຶກອົບຮົມແມ່ນບໍ່ເສຍຄ່າຮຽນສໍາລັບນັກສຶກສາທີ່ຍັງບໍ່ມີລາຍຮັບ, ຫຼັງຈາກໄດ້ກວດສອບເອກະສານຂອງພວກເຂົາແລ້ວ.
ເລື່ອງເລົ່າປະຫວັດໂຄງການ
ຜູ້ກໍ່ຕັ້ງໂຄງການນີ້, ຜູ້ອໍານວຍການບໍລິສັດ Xifab ມີຄວາມຊ່ຽວຊານໃນການສ້າງ ແລະ ຜະລິດການໂຄສະນາທີ່ທັນສະໄໝ ແລະ ໃຫ້ຄຳຕອບທາງດິຈິຕອນ, ພ້ອມນັ້ນຍັງເປັນທີ່ປຶກສາການຄ້າຕ່າງປະເທດຂອງທຸລະກິດຝຣັ່ງ ໃນການຄ້າລະຫວ່າງປະເທດ. ລາວໄດ້ຕັດສິນໃຈສ້າງຕັ້ງ ໂຄງການທົດລອງນີ້ໃນລາວ. ພ້ອມກັບທີມງານຄົນລາວ ແລະ ຄູ່ຮ່ວມງານທ້ອງຖິ່ນ.

ດິຈິຕອນແມ່ນເປັນບາດກ້າວທີ່ມີຄວາມສຳຄັນສູງສໍາລັບເສດຖະກິດຂອງປະເທດ, ໂດຍສະເພາະແມ່ນສໍາລັບການພັດທະນາທາງດ້ານສັງຄົມຂອງໄວຫນຸ່ມ ທີ່ໄດ້ຮັບການຝຶກອົບຮົມເຕັກນິກທີ່ມີຄວາມສອດຄ່ອງ. ການຫັນປ່ຽນເປັນດິຈິຕອນແມ່ນຈຸດໃຈກາງທີ່ໄດ້ຮັບຄວາມສຳຄັນພາຍໃນປະເທດ ທີ່ຈະຍົກລະດັບເຂົ້າສູ່ສາກົນໃນດ້ານການເຂົ້າເຖິງ, ຄຸນນະພາບ ແລະ ລາຄາ, ເພື່ອໃຫ້ໄດ້ຜົນປະໂຫຍດສຳລັບລັດວິສະຫະກິດ ແລະ ເອກະຊົນ ແລະ ສັງຄົມ. ສິ່ງທ້າທາຍນີ້ແມ່ນມີຄວາມສຳຄັນທີ່ສຸດທາງດ້ານການພັດທະນາເສດຖະກິດ ແລະ ນະວັດຕະກໍາ.
ປະເທດລາວເປັນປະເທດທີ່ຍັງໜຸ່ມນ້ອຍ, ຕັ້ງຢູ່ຈຸດໃຈກາງເຂດການຄ້າເສລີ RCEP. ຕໍາແໜ່ງນີ້ເປັນຂໍ້ໄດ້ປຽບສໍາລັບການພັດທະນາຂອງໄວຫນຸ່ມມືອາຊີບທີ່ມີປະສົບການໃນເຕັກນິກດິຈິຕອນ ແລະ ຈະຊ່ວຍໃຫ້ໄວຫນຸ່ມລາວໄປສູ່ການປະກອບອາຊີບທີ່ໂດດເດັ່ນ ແລະ ການສ້າງທຸລະກິດທີ່ມີນະວັດກໍາ.
ຖ້າເຕັກນິກການຂຽນລະຫັດ, ຂອບເຂດ ແລະ ໂປຣແກຣມຊອບແວ ແມ່ນຄືກັນໃນທົ່ວໂລກ, ຍຸດທະສາດການຕະຫຼາດດິຈິຕອນແຕກຕ່າງກັນໄປຕາມພາກພື້ນຂອງໂລກ ແລະ ໂດຍສະເພາະໃນຕະຫຼາດອາຊີ.
ສໍາລັບຜູ້ນໍາຂອງທຸລະກິດຂະໜາດ ນ້ອຍ ຫຼື ກາງ, ການປັບຕົວນີ້ແມ່ນຂະບວນການທີ່ມີຄວາມຊັບຊ້ອນຫຼາຍ ທີ່ມາພ້ອມກັບການລົງທຶນທີ່ສໍາຄັນ. ດັ່ງນັ້ນພວກເຂົາຊອກຫາ ຜູ້ຊ່ຽວຊານທີ່ໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກການຕະຫຼາດດິຈິຕອນ ແລະ ມີຄວາມຮູ້ກ່ຽວກັບຕະຫຼາດໃນຂົງເຂດອາຊີ ຈະເປັນຜົນປະໂຫຍດທີ່ປະຕິເສດບໍ່ໄດ້ ສໍາລັບບໍລິສັດທີ່ຕ້ອງການພັດທະນາການສົ່ງອອກ.
ໂຄງການ XiLearn ຍັງສາມາດເປັນສ່ວນຫນຶ່ງໃນຍຸດທະສາດ CSR ຂອງບໍລິສັດເອີຣົບ ຫຼື ອີກທັງບໍລິສັດຕ່າງໆທີ່ຢູ່ໃນເຂດຂອງ RCEP ທີ່ສ້າງຕັ້ງຂຶ້ນໃນອາຊີ.
ກ່ຽວກັບນັກຮຽນລາວ
ຊາວໜຸ່ມລາວແມ່ນມີຄວາມກະຕືລືລົ້ນ, ຕັ້ງໃຈໃນວຽກງານ ແລະ ຄິດບວກຢູ່ຕະຫຼອດ. ພວກເຂົາຕື່ນເຕັ້ນກັບການເລີ້ມຕົ້ນໃຫມ່ຄັ້ງນີ້ເປັນພິເສດ ທີ່ຈະເຮັດໃຫ້ເຂົາໄດ້ຮັບທັກສະໃຫມ່ໆທີ່ມີຄວາມຕ້ອງການສູງໃນທົ່ວໂລກ.
ພວກເຂົາເຮັດວຽກໜັກ, ມີຄວາມມຸ່ງໝັ້ນໃນການພັດທະນາຖານະທາງສັງຄົມຂອງເຂົາ ແລະ ຊ່ວຍເຫຼືອຄອບຄົວຂອງເຂົາ.

ພາລະກິດຂອງເຮົາ
ສ້າງເຄືອຂ່າຍ ໂດຍນັກຮຽນທີ່ສະໝັກຢູ່ແພລັດຟອຣມ XiLearn ເຊິ່ງສາມາດແລກປ່ຽນກັບນັກຮຽນ XiLearn ຄົນອື່ນ (ໃນປະເທດຂອງເຂົາ ຫຼື ຕ່າງປະເທດ) ໄດ້ຮັບການຝຶກເຕັກນິກອື່ນໆເພື່ອແກ້ໄຂກໍລະນີທຸກປະເພດ. ຜູ້ຊ່ຽວຊານດ້ານການອອກແບບເວັບໄຊຈະສາມາດເອິ້ນຫາຜູ້ຊ່ຽວຊານທີ່ໄດ້ຮັບການຝຶກອົບຮົມໃນ SEO ເພື່ອເພີ່ມປະສິດຕິພາບຂອງເວັບໄຊ, ຜູ້ທີ່ໄດ້ຮັບການຝຶກອົບຮົມໃນການຕະຫຼາດເນື້ອຫາເພື່ອເສີມສ້າງເວັບໄຊ, ຜູ້ທີ່ໄດ້ຮັບການຝຶກອົບຮົມໃນສື່ມວນຊົນທາງສັງຄົມເພື່ອສົ່ງເສີມໂຄງການ ແລະ ຜູ້ທີ່ໄດ້ຮັບການຝຶກອົບຮົມໃນອີຄອມເມີຊເພື່ອຂາຍຜະລິດຕະພັນ
ຫຼື ການບໍລິການທີ່ມີຢູ່ໃນເວັບໄຊ.
ເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງເອີຣົບສາມາດປັບໂຕ ຫຼື ພັດທະນາຍຸດທະສາດການຕະຫຼາດດິຈິຕອນຂອງເຂົາ ໃຫ້ເຂົ້າກັບຕະຫຼາດ ອາຊີ ໂດຍການປັບປຸງລາຄາຂອງພວກເຂົາ. ໂດຍການໃຊ້ບໍລິການຜູ້ຊ່ຽວຊານ Xilearn ທີ່ໄດ້ຮັບການຝຶກອົບຮົມ ແລະ ເປັນສ່ວນໜຶ່ງຂອງເຄືອຂ່າຍຜູ້ຊ່ຽວຊານດ້ານດິຈີຕອນຢູ່ ອາຊີ.
ກຸ່ມຄົນເຮັດວຽກອິດສະລະທາງດິຈິຕອນ, ຫຼື digital nomads ແມ່ນອີງໃສ່ຂໍ້ໄດ້ປຽບຂອງການເຮັດວຽກໄລຍະໄກເພື່ອສ້າງລາຍຮັບ, ບໍ່ວ່າຈະຢູ່ບ່ອນໃດຂອງໂລກ. ສ່ວນຫຼາຍແລ້ວເຂົາຈະໄດ້ສອງພາສາເຊິ່ງໜື່ງໃນນັ້ນແມ່ນພາສາອັງກິດ. ມີຫຼາຍຄົນທີ່ເຮັດວຽກກ່ຽວກັບ ການຕະຫຼາດດິຈິຕອນ (ພັດທະນາເວັບໄຊ, ການເພີ່ມປະສິດຕິພາບຢູ່ເຄື່ອງຈັກຄົ້ນຫາ, ຕັດຕໍ່ຮູບພາບ, ວິດີິໂອ, ນັກຂຽນເວັບ, ແລະ ອື່ນໆ) ປັນຍາປະດິດ, ນາຍແປພາສາ, ຜູ້ປະກອບການເວັບໄຊ ຫຼື ການສ້າງທຸລະກິດ. ພວກເຂົາສາມາດເຮັດວຽກຮ່ວມກັບນັກຮຽນ XiLearn ຢ່າງໄກ້ຊິດໂດຍມອບຄວາມຊ່ວຍເຫຼືອ ແລະ ເປັນທີ່ປຶກສາ ແລະ/ຫຼື ໂດຍການມອບພາລະກິດເພື່ອບັນລຸໜ້າທີຂອງພວກເຂົາ.
ໂປຣແກຣມ
ການຮຽນອອນໄລນ ຫຼື e-learning ແມ່ນນະວັດຕະກຳໃນການເຂົ້າເຖິງຄວາມຮູ້ຕ່າງໆສໍາລັບທຸກຄົນ. ເຊັ່ນດັ່ງການຄົ້ນພົບສື່ສິ່ງພິມ, ເຊິ່ງໄດ້ກາຍເປັນນະວັດຕະກຳ ການພິມປື້ມແບບຮຽນ ແລະ ເປັນເສົາຫຼັກຂອງນະວັດຕະກຳທາງດ້ານວັດທະນະທໍາ.
ການຕະຫຼາດດິຈີຕອນໝາຍເຖິງທຸກໆການເຄື່ອນໄຫວທາງດ້ານການຕະຫຼາດທີ່ເລັ່ງເປົ້າໃສ່ຜູ້ບໍລິໂພກໂດຍການນຳໃຊ້ຊ່ອງທາງດິຈີຕອນຕ່າງໆ.
ຖ້າເຈົ້າຮູ້ວິທີການສ້າງເນື້ອຫາທີ່ໜ້າສົນໃຈ ແລະ ມີຂ່າວສານໃຫ້ແບ່ງປັນເປັນປະຈຳຢູ່ແລ້ວ, ມັນຈະເປັນເລື່ອງງ່າຍສຳລັບເຈົ້າໃນການດຶງດູດຄວາມສົນໃຈຂອງຜູ້ຊົມຕົວເອງ.
ອີິກທັງຍັງຕ້ອງຮູ້ສ້າງເວັບໄຊທີໃຫ້ປະສົບການທາງດິຈິຕອນທີ່ສົມບູນແບບ (UX) ແລະ ເນື້ອຫາທີ່ໜ້າສົນໃຈ (UI), ເພື່ອທີ່ຈະມີການອ້າງອີງໃນໜ້າທຳອິດຂອງເຄື່ອງຈັກຄົ້ນຫາ, ພັດທະນາ ແອັບ, ສ້າງວິດີໂອ, ສື່ສານຢູ່ເຄືອຂ່າຍສື່ສັງຄົມອອນໄລ, ເຂົ້າໃຈເຕັກນິກການຕະຫຼາດ, ການຊຳລະ ແລະ ການຂົນສົ່ງຂອງ ອີຄອມເມີຊ.
ນີ້ແມ່ນສິ່ງທີ່ເຈົ້າຈະໄດ້ຮຽນຢູ່ໂປຣແກຣມນີ້ຂອງການຝຶກອົບຮົມການຕະຫຼາດດິຈິຕອນ.
ການຮັບນັກຮຽນ
ການຮັບນັກຮຽນຈະແບ່ງອອກເປັນ 4 ພາກ :
ການຮັບນັກຮຽນເພື່ອເຂົ້າສູ່ ແພລັດຟອມ ຂອງ XiLearn ແມ່ນຕ້ອງການ
⦿ ລະດັບການສຶກສາຈົບຊັ້ນມັດທະຍົມ
⦿ ມີຄວາມເຂົ້າໃຈພາສາອັງກິດດີ
⦿ ອາຍຸຕ່ຳສຸດແມ່ນ 18 ປີ
ໂດຍອີງໃສ່ເງື່ອນໄຂນີ້, ການຮັບເຂົ້າຮຽນບໍ່ມີການຄຳນຶງເລື່ອງເພດ. ໂຮງຮຽນເຮົາສົ່ງເສີມການສະໝັກຂອງແມ່ຍິງ.
ການຄັດເລືອກແມ່ນອີງຕາມເອກະສານ.
ຫຼັງຈາກຈົບແຕ່ລະບົດຮຽນ ນັກຮຽນຈະຕ້ອງໄດ້ຕອບແບບສອບຖາມ ແລະ ຈະມີການແຂ່ງຂັນລະຫວ່າງນັກຮຽນ. ນັກຮຽນຈະໄດ້ຮັບກໍລະນີສຶກສາທີ່ຈະຕ້ອງໄດ້ສຶກສາຮ່ວມກັນ ແລະ ຫຼັງຈາກຈົບການຮຽນທີ່ນັກຮຽນໄດ້ເລືອກໄວ້ແລ້ວ ນັກຮຽນຕ້ອງຜ່ານການສອບເສັງເຊິ່ງຈະເຮັດໃຫ້ເຈົ້າໄດ້ຮັບໃບຢັ້ງຢືນຈາກ XiLearn.
ການສຳມະນາຄັ້ງທຳອິດຈະເລີ່ມວັນທີ 15 ມີນາ 2023 ສຳລັບຫຼັກສູດການຕະຫຼາດ, SEO, ການຕະຫຼາດເນື້ອຫາ, ສື່ສັງຄົມ ແລະ ອີຄອມເມີຊ, ວັນທີ 15 ເມສາ 2023 ສຳລັບຫຼັກສູດອອກແບບເວັບໄຊທ໌.
ພິເສດ ! ການຝຶກອົບຮົມຄັ້ງທຳອິດນີ້ແມ່ນຈະບໍ່ເສຍຄ່າສຳລັບຜູ້ລົງທະບຽນກ່ອນວັນທີ 15 ກຸມພາ 2023 ແລະ ການຕອບຮັບແມ່ນຈະຖືກຕອບກັບກ່ອນວັນທີ 1 ມີນາ 2023.
ແບ່ງປັນທັກສະຂອງເຈົ້າ ແລະ ກາຍເປັນທີ່ປຶກສາທາງໄລຍະໄກຢູ່ປະເທດລາວ
ເຈົ້າຈະປ່ຽນອະນາຄົດຂອງນັກຮຽນ… ແລະ ຂອງເຈົ້າ!
ຜູ້ຊຽວຊານຢູ່ປະເທດລາວ, ຢູ່ເອີຣົບ ໄດ້ຕອບຮັບການເປັນທີ່ປຶກສາ ແລະ ອາສາສະໝັກ, ເພື່ອຊ່ວຍນັກຮຽນໃຫ້ເຂົ້າໃຈບົດຮຽນ, ເຂົ້າໃຈກໍລະນີສຶກສາຕ່າງໆ.
ມາຮ່ວມນຳພວກເຮົາເພື່ອພົບກັບປະສົບການແປກໃຫມ່!
ເພື່ອທີ່ຈະເຂົ້າຮ່ວມໂປຣແກຣມທີ່ປຶກສານີ້ໄດ້, ເຈົ້າຈະຕ້ອງ:

ມີຈິດໃຈຮັກນ້ອງໆນັກຮຽນ ແລະ ເຂົ້າກັບຄົນໄດ້ງ່າຍ

ມີເວລາວ່າງຈຳນວນ 4 ຫາ 5 ຊົ່ວໂມງຕໍ່ເດືອນ

ມີປະສົບການມືອາຊີບກ່ຽວກັບການຕະຫຼາດດິຈິຕອນ
ກາຍເປັນຄູສອນຂອງ XiLearn
ສ້າງຄວາມຮູ້ໃຫ້ຊາວໜຸ່ມລາວເຂົ້າສູ່ໂລກດິຈິຕອນ
ພວກເຮົາຮັບສະໝັກຄູສອນເປັນປະຈຳເພື່ອສອນເຕັກນິກດິຈິຕອນໃໝ່ໆ. ການເຂົ້າຮ່ວມກັບພວກເຮົາ, ແມ່ນການກາຍເປັນສ່ວນໜື່ງຂອງເຄືອຂ່າຍສາກົນ ແລະ ເປັນສ່ວນໜື່ງຂອງຄວາມສຳເລັດຂອງນັກຮຽນ.
ດ້ວຍທັກສະ ແລະ ຈິດໃຈຂອງຄູສອນ, ຄູຈະມີສ່ວນຮວມກັບຄຸນຄ່າ ແລະ ຄວາມຮັບຜິດຊອບທາງດ້ານສັງຄົມ
ຄູ່ຮ່ວມງານຂອງເຮົາ
ເພື່ອມອບໂອກາດຄວາມສໍາເລັດໃຫ້ແກ່ນັກສຶກສາທັງຍິງ ແລະ ຊາຍ, XiLearn ມີຄູ່່ຮ່ວມງານທີ່ມອບການຊ່ວຍເຫືອ ແລະ ແບ່ງປັນຄຸນຄ່າ, ໃນການພັດທະນາໂຄງການ ແລະ/ຫຼື ທຶນ.
ຄູ່ຮ່ວມງານ, ເອເຈັນຊີ້ ການຕະຫຼາດດິຈິຕອນ, ທຸລະກິດຂະໜາດນ້ອຍ ຫຼື ກາງຈະກາຍເປັນສະມາຊິກຂອງ ສະມາຄົມ ແລະ ຈະໄດ້ຮັບສິດເຂົ້າເຖິງບໍລິການຕ່າງໆຂອງຜູ້ຊ່ຽວຊານຈາກ Xilearn ດ້ວຍລາຄາທີ່ເໝາະສົມ.
ຄູ່ຮ່ວມງານທີມີສ່ວນພົວພັນ

ກາຍເປັນສະມາຊິກຂອງເຄືອຂ່າຍ XiLearn ເພື່ອມອບໝາຍບໍລິການຂອງເຈົ້າສູ່ເຄືອຂ່າຍຂອງຜູ້ຊ່ຽວຊານຊາວໜຸ່ມຈາກ XiLearn ຢູ່ ອາຊີ
ສະໜັບສະໜູນພວກເຮົາ
ມີສ່ວນຮວມໃນການສ້າງຊິວິດທີດີຂື້ນໃຫ້ກັບນັກຮຽນຂອງເຮົາ.
ເຖິງວ່າການຮຽນອາດຈະບໍ່ເສຍຄ່າ, ນັກຮຽນຍັງຕ້ອງເຮັດວຽກໃນຊ່ວງກາງເວັນເພື່ອໃຊ້ຈ່າຍໃນຊິວິດປະຈຳວັນຂອງພວກເຂົາ. ການໄດ້ຮັບການສະໜັບສະໜູນສຳລັບທີ່ພັກ ຫຼື ອາຫານຂອງພວກເຂົາຈະເປັນການຊ່ວຍໃຫ້ເຂົາຕັ້ງໃຈຮຽນໄດ້ດີຂື້ນອີກ. ຫຼື ບໍລິຈາກຄອມພິວເຕີ້ໃຫ້ຜູ້ທີ່ຕ້ອງການໃຊ້ເພາະວ່າລາຄາແມ່ນແພງ ແລະ ຕ້ອງໃຊ້ເງິນເດືອນ 3 ຫາ 4 ເດືອນເພື່ອຊື້ໜື່ງເຄື່ອງ.
ຂ້ອຍໃຫ້ອາຫານໜຶ່ງຄາບຕໍ່ມື້ໃຫ້ນັກຮຽນເປັນເວລາ 1 ເດືອນ
ຂ້ອຍໃຫ້ທີ່ພັກນັກຮຽນເປັນເວລາ 1 ເດືອນ
ຂ້ອຍມອບຄອມພິວເຕີນັກຮຽນ
ຈໍານວນເງິນທີ່ທ່ານຕ້ອງການສະໜັບສະໜູນໃຫ້ນັກຮຽນຂອງພວກເຮົາ
ດ້ວຍການຊ່ວຍເຫຼືອຂອງເຈົ້າ, ນັກສຶກສາຂອງເຮົາຈະໄດ້ຮັບຄວາມຮູ້ດ້ານເຕັກນິກ ແລະ ຄຸນ ຄ່າເພື່ອສ້າງສັງຄົມໃຫ້ມີຄວາມສະເໝີຕົ້ນສະເໝີປາຍ.
ທ່ານຕ້ອງການທີ່ຈະເກັບຂໍ້ມູນຂອງເຮົາບໍ? ດາວໂຫຼດໃບປິວຂອງພວກຮົາ.