
ຈາກການຮຽນຮູ້ສູ່ການສ້າງລາຍໄດ້ປະຈຳ
ກາຍເປັນຜູ້ຊ່ຽວຊານດ້ານດິຈິຕອນແບບເຮັດວຽກຢູ່ເຮືອນກໍໄດ້
ພວກເຮົາໄດ້ຮັບການສະຫນັບສະຫນູນໂດຍ




ເປັນຫຍັງເຈົ້າຄວນເລືອກ Xilearn ເພື່ອຍົກລະດັບອາຊີບຂອງທ່ານ?
ມູນຄ່າເພີ່ມເຕີມ
ຫຼັກສູດດິຈິຕອນຂອງພວກເຮົາມຸ່ງເນັ້ນໄປທີ່ແນວໂນ້ມແລະນະວັດຕະກຳໃໝ່, ເພື່ອຮັບປະກັນວ່າທ່ານຈະກ້າວໜ້າໃນດ້ານການຕະຫຼາດດ້ວຍທັກສະລະດັບສູງ.
ພາສາທີ່ຫຼາກຫຼາຍ
ພາສາຈະບໍ່ເປັນອຸປະສັກອີກຕໍ່ໄປ! ແພລດຟອມຂອງພວກເຮົາໃຫ້ຜູ້ໃຊ້ສາມາດຮຽນຫຼັກສູດໃນພາສາທີ່ເລືອກໄດ້.
ມີໃບຢັ້ງຢືນ
ການຮຽນຈົບຫຼັກສູດຂອງພວກເຮົາຈະເຮັດທ່ານໄດ້ຮັບໃບຢັ້ງຢືນທີ່ຊ່ວຍຍົກລະດັບດ້ານຊີບຂອງທ່ານ.
ຍືດຫຍຸ່ນ
ຫຼັກສູດຂອງພວກເຮົາມີຄວາມຍືດຫຍຸ່ນ, ທ່ານສາມາດຮຽນໄດ້ຕາມຄວາມເຫມາະສົມແລະຈັດເວລາຮຽນຕາມຕາຕະລາງຂອງທ່ານໄດ້.
ຊຸມຊົນສາກົນ
ເຄືອຂ່າຍ Discord ຂອງພວກເຮົາສົ່ງເສີມການຮ່ວມມືເພື່ອຮຽນຮູ້ແລະການສົນທະນາກັນ, ຂະຫຍາຍໂອກາດດ້ານຊີບ.
ສາມາດຄົ້ນພົບ Xilearn ໃນ 2 ນາທີ
ຫົວຂໍ້ທີ່ກຳລັງໄດ້ຮັບຄວາມນີຍົມມາຫຼາຍ
ລົງທຶນໃຫ້ຕົວເອງວັນນີ້!
ຫຼັກສູດຟຣີຂອງພວກເຮົາ
ຮຽນຮູ້ທັກສະພື້ນຖານດ້ານດິຈິຕອນສໍາລັບຜູ້ເລີ່ມຕົ້ນ
ສ້າງອາຊີບໃໝ່ກັບ XILEARN!
ຄົ້ນພົບອາຊີບດີຈີຕອນທີ່ທ່ານສາມາດຕິດຕາມໄດ້ດ້ວຍການຝຶກອົບຮົມກັບພວກເຮົາ
ກາຍເປັນ
ຜູ້ຈັດການໂປຣເຈັກດີຈີຕອນ
- ຄວາມເປັນຜູ້ນຳ
- ການປະສານງານ ແລະ ການຮ່ວມມືຂອງທີມ
- ການວາງແຜນ ແລະ ການດຳເນີນການໂປຣເຈັກ
ກາຍເປັນ
ນັກພັດທະນາເວບ
- ໂຄ້ດດີງ
- ການສ້າງສັນແກ້ໄຂນະວັດຕະກໍາ
- ການຄົ້ນຄວ້າ ແລະ ແຮງບັນດານໃຈ
ກາຍເປັນ
ນັກອອກແບບກາຟິກ
- ຄວາມຄິດສ້າງສັນ
- ເອກະລັກແບຣນ
- ເພີ່ມປະສິດທິພາບການເຂົ້າເຖີງ
ກາຍເປັນ
ຜູ້ຈັດການ Community
- ການສ້າງຄອນເທັນ
- ໂຊຊຽວ ມິເດຍ
- ການວິເຄາະ ແລະ ການລາຍງານ
ວິໄສທັດຂອງພວກເຮົາ, ອະນາຄົດຂອງທ່ານ
ພວກເຮົາມີຈຸດປະສົງເພື່ອເຮັດໃຫ້ການສຶກສາສາມາດເຂົ້າເຖິງໄດ້ທຸກຄົນ.
ຊາເລັນໃນຊ່ວງພັກຮ້ອນ
ຜູ້ຊະນະໄດ້ຮັບແທັບເບຼັດ
Event : ຟໍຣໍາເສດຖະກິດ 🇫🇷 🇱🇦
ພວກເຮົາສະເຫຼີມສະຫຼອງຄົບຮອບ 70 ປີ.
ການຝຶກອົບຮົມດ້ານການຕະຫຼາດດິຈິຕອນ
ນັກຮຽນ Xilearn ທົດລອງໃຊ້ແພັດຟອມຂອງພວກເຮົາ
Frequently Asked Questions
ຫຼັກສູດດຳເນີນການແນວໃດ?
ເມື່ອທ່ານເລືອກຫຼັກສູດໃດຫນຶ່ງຕ້ອງໄດ້ຮຽນຫຼັກສູດນັ້ນໃຫ້ຈົບ ແລະ ຜ່ານບົດສອບເສັງພ້ອມ. ທ່ານສາມາດເຂົ້າສູ່ລະບົບທຸກຄັ້ງເມືອຕ້ອງການ, ຕາມຄວາມຕ້ອງການໃນແຕ່ລະມື້, ອີງຕາມການຈັດເວລາຂອງທ່ານເອງ.
ຂ້ອຍສາມາດຮຽນຫຼັກສູດຜ່ານທາງໂທລະສັບໄດ້ບໍ?
ແມ່ນແລ້ວ, ທ່ານສາມາດຮຽນໄດ້ຜ່ານໂທລະສັບ
ຂ້ອຍສາມາດຮຽນເປັນທີມໄດ້ບໍ?
ຂຶ້ນຢູ່ກັບຫຼັກສູດທີ່ທ່ານເລືອກ, ທ່ານຈະຖືກຈັດໃຫ້ຮຽນເປັນທີມ 4 ຫາ 10 ຄົນ, ເຊີ່ງນັກຮຽນດັງກ່າວແມ່ນຈະຕ້ອງໄດ້ເລືອກຮຽນຫຼັກສູດດຽວກັນທີ່ທ່ານໄດ້ເລືອກຈຶ່ງຈະສາມາດຮຽນເປັນທີມດຽວກັນໄດ້, ນັກຮຽນທັງໝົດໃນທີມຈະຕ້ອງໄດ້ປືກສາກັນເພື່ອແກ້ໄຂ case study ທີ່ທາງ Xilearn ມອບໃຫ້ ແລະ ທ່ານຍັງສາມາດສື່ສານກັນໄດ້ທັງຢູ່ໃນຫ້ອງຮຽນ,ສະຖານທີ່ຕ່າງໆ ຫຼື ສືສານກັນຜ່ານ Discord.
ມີການຈັດລະບົບທີມແນວໃດ?
ນອກຈາກນັ້ນ ນອກເໝືກຈາກເລື່ອງທົ່ວໄປ, ປັດໃຈທາງດ້ານພູມສາດຈະກຳນົດທີມ ດັ່ງນັ້ນທ່ານຈື່ງສາມາດນັດພົບກັນເອງໄດ້ຖ້າຕ້ອງການ
ອາຈານສາມາດຊ່ວຍພວກເຮົາໃນເວລາຮຽນໄດ້ບໍ່?
ແຕ່ລະທີມຈະຖືກມອບໝາຍໃຫ້ມີຜູ້ໃຫ້ຄຳປືກສາ ແລະ ທ່ານສາມາດຖາມເຂົາເຈົ້າໄດ້ຫາກມີບົດຮຽນທີ່ບໍ່ເຂົ້າໃຈ
ນັກຮຽນສືສານກັນເປັນເຄືອຂ່າຍຫຼືບໍ?
ດ້ວຍການນຳໃຊ້ Discord, ເຈົ້າຈະໄດ້ເປັນສ່ວນຫນຶ່ງຂອງເຄືອຂ່າຍ ທີ່ສາມາດຕິດຕໍ່ສືສານກັບຄູ-ອາຈານທັງຫມົດຈາກທຸກຫຼັກສູດສະເພາະຢູ່ເຄືອຂ່າຍ Xilearn
ຂ້ອຍສາມາດສື່ສານກັບນັກຮຽນຄົນອືນຈາກຄວາມສາມາດອື່ນໆໄດ້ບໍ?
ຖ້າທ່ານຕ້ອງການຮຽນຮູ້ຈາກນັກຮຽນຄົນອື່ນຂອງ Xilearn ແມ່ນທ່ານສາມາດສືສານແລກປ່ຽນຄວາມຮູ້ກັບພວກເຂົາໄດ້
Discord ແມ່ນຫຍັງ?
Discord ເປັນແພັດຟອມການສື່ສານແບບຮ່ວມມືກັນລວມເຖີງເປັນເຄື່ອງມືການຈັດໂປຣເຈັກອີກດ້ວຍ.
Discord ເຮັດວຽກແນວໃດ?
ທ່ານຈະຄົ້ນພົບລາຍລະອຽດການນຳໃຊ້ໂດຍກົງຜ່ານລິ້ງນີ້
ຂ້ອຍສາມາດຂ້າມຈາກບົດຫນຶ່ງໄປບົດອື່ນໄດ້ບໍ?
ທ່ານບໍ່ສາມາດປ່ຽນຈາກຫຼັກສູດຫນຶ່ງໄປຮຽນຫຼັກສູດອື່ນໄດ້ ແລະ ບໍສາມາດຂ້າມບົດຮຽນໄດ້, ເນື່ອງຈາກວ່າມີບົດສອບເສັງໃນຕອນທ້າຍຂອງແຕ່ລະບົດ
ຂ້ອຍສາມາດເສັງໄດ້ຈັກເທື່ອ?
ຖ້າທ່ານເສັງບໍ່ຜ່ານ, ທ່ານສາມາດເສັງໄດ້ຕືມແຕ່ຄັ້ງດຽວ, ແຕ່ວ່າທ່ານຈະຕ້ອງໄດ້ຮຽນຄືນບົດທັງຫມົດໃນຫຼັກສູດນັ້ນ
ຂ້ອຍສາມາດເສັງຄືນໄດ້ບໍ?
ຍົກເວັ້ນແຕ່ຜູ້ໃຫ້ຄຳປືກສາຂອງເຈົ້າຈະອຸຍາດໃຫ້ສອບເສັງຄືນໄດ້
ຂ້ອຍຈະໄດ້ຮັບຫຼຽນທອງແດງ, ເງິນ, ຫຼຽນຄຳໄດ້ແນວໃດ?
ທ່ານຕ້ອງຕອບໃຫ້ຖືກຕ້ອງຢ່າງໜ້ອຍ 60% ຈື່ງຈະໄດ້ຮັບຫຼຽນທອງແດງ, ສຳລັບຫຼຽນເງິນທ່ານຕ້ອງຕອບທີ່ຖືກຕ້ອງ 75% ແລະ ສໍາລັບຫຼຽນຄໍາໃຫ້ຕອບຖືກ 90%.
ນາຍຈ້າງສາມາດເຫັນຄະແນນທີ່ຂ້ອຍໄດ້ຮັບບໍ?
ນາຍຈ້າງຈະສາມາດເຂົ້າເຖິງໂປຣໄຟລ໌ຂອງເຈົ້າ ແລະ ຈະສາມາດເຫັນຫຼຽນທີ່ເຈົ້າໄດ້ຮັບ
ຂ້ອຍຈະຊອກຫາວຽກແນວໃດຫຼັງຈາກຈົບຫຼັກສູດ?
ນາຍຈ້າງຈະມີສິດໃນການເຂົ້າເຖິງແພັດຟອມ ແລະ ສາມາດຈ້າງທ່ານໂດຍກົງ. ບາງບ່ອນອາດຈະສະເຫນີໃຫ້ເປັນການຝຶກງານໃນຕອນທີ່ເຈົ້າຫາກໍເລີ່ມຮຽນ ຖ້າທ່ານຕ້ອງການ
ຂ້ອຍສາມາດໄດ້ເຮັດວຽກໃດແດ່? ແລະ ເງິນເດືອນເທົ່າໃດ?
ອາຊີບໃນເວັບໄຊຕ໌ແບ່ງອອກເປັນ 7 ປະເພດ
- ການອອກແບບ ແລະ ການຈັດການໂປຣເຈັກ (ເຊັ່ນ: ຜູ້ຈັດການໂປຣເຈັກດິຈິຕອນ)
- ອີນເຕີເຟດສ ແລະ ການສ້າງສືດິຈິຕອນ (ເຊັ່ນ: Web Designer)
- ການຂຽນໂປຣແກມ ແລະ ການພັດທະນາ (ເຊັ່ນ: ຜູ້ສ້າງ ຫຼື ຜູ້ພັດທະນາເວັບໄຊທ໌)
- ການສ້າງ ແລະ ການຈັດການຄອນເທັນ (ເຊັ່ນ: ຜູ້ສ້າງວິດີໂອ, ຜູ້ສ້າງຄອນເທັນ)
- ການສື່ສານ ແລະ ການຕະຫຼາດ (ເຊັ່ນ: ຜູ້ຈັດການ Community, ນັກຂ່າວເວັບ, ທີ່ປຶກສາດ້ານດິຈິຕອນ)
- ໂຄງສ້າງພື້ນຖານ ແລະ ເຄືອຂ່າຍ (ເຊັ່ນ: ຜູ້ຈັດການ Community, ນັກຂ່າວເວັບ, ທີ່ປຶກສາດ້ານດິຈິຕອນ)
- ໂຄງສ້າງພື້ນຖານ ແລະ ເຄືອຂ່າຍ (ເຊັ່ນ:Traffic Manager, SEO, SEA, ຫຼື ຜູ້ຊ່ຽວຊານ SMO)
- ການຝຶກອົບຮົມ ແລະ ການສະຫນັບສະຫນູນ (ເຊັ່ນ: ມີຄວາມຮູ້ດ້ານເວັບໄຊທ໌, ເຕັກນິກຕ່າງໆ)
- ສໍາລັບການຄາດກະເງິນເດືອນ, ທ່ານສາມາດກວດເບິ່ງທາງເວບໄຊທ໌ເຊັ່ນ Malt ຫຼື Fiverr Pro