ທີມງານ XiLearn

Sylvie Graumann

ປະທານ ແລະ ຜູ້ກໍ່ຕັ້ງ

Sylvie Graumann ເປັນປະທານສະມາຄົມທີ່ບໍ່ຫວັງຜົນກຳໄລ “Digital Collaborative Schools” ເຊີ່ງລາວໄດ້ກໍ່ຕັ້ງຂຶ້ນໃນເດືອນເມສາ 2021 ເພື່ອດຳເນີນໂຄງການສ້າງໂຮງຮຽນໃນລາວ ເຊິ່ງເປັນຫົວຂໍ້ຂອງໂປຣເຈັກນີ້.

Sylvie ເປັນຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ Xifab ຂອງຝຣັ່ງທີ່ຜະລິດເຄື່ອງເຟີນີເຈີແບບ interactive ກັບໂປຣແກມ BtoB.

Sylvie ໄດ້ເປັນທີ່ປຶກສາດ້ານການຄ້າຕ່າງປະເທດຂອງຝຣັ່ງຫຼາຍກວ່າ 10 ປີ. ລາວເປັນຜູ້ຂຽນ “Guide pratique du commerce international” 1 ແລະ ເປັນຜູ້ສະໜັບສະໜູນໃຫ້ກັບປື້ມ “Veiller futé à l’international “2 ກ່ຽວກັບຊັບສິນທາງປັນຍາ.ລາວຍັງໄດ້ເປັນອາຈານດ້ານການຕະຫຼາດລະຫວ່າງປະເທດໃຫ້ກັບອົງກອນຝຣັ່ງທີ່ມີຊື່ສຽງຫຼາຍບ່ອນອີກດ້ວຍ.

Sylvie Graumann ມີຄວາມສົນໃຈໃນວັດທະນະທໍາອາຊີມາຫຼາຍປີ, ໂດຍສະເພາະພາສາຈີນ, ເຊີ່ງເປັນພາສາທີ່ລາວເວົ້າໄດ້ (ດີຂື້ນເລື່ອຍໆ) ລາວກຳລັງຮຽນພາສາໄທ ແລະ ພາສາລາວ.

ລາວມີຄວາມກະຕືລືລົ້ນທີ່ຈະແບ່ງປັນ ແລະ ສະເຫນີຄວາມຮູ້ຂອງລາວ, Sylvie ໄດ້ສ້າງໂຄງການທີ່ບໍ່ຫວັງຜົນກໍາໄລນີ້ຂື້ນມາ ເຊິ່ງໄດ້ລວມເອົາສິ່ງທີ່ລາວມັກມາຕະຫຼອດມາຮວ່ມກັນ: ການແລກປ່ຽນລະຫວ່າງປະເທດ, ດິຈິຕອນ ແລະ ການສຶກສາ.

Stephane Geslin

ຝ່າຍ Artistic Director

ສະຖາປະນິກ ແລະ ຈົບການສຶກສາດ້ານການອອກແບບກຣາຟິກ, ລາວເປັນຜູ້ສ້າງກຸ່ມຜະລິດຕະພັນ B2B ຈໍານວນຫຼາຍໃນສາຂາດິຈິຕອນ. ລາວຍັງອອກແບບເຟີນີເຈີທີ່ກໍາຫນົດເອງໃຫ້ລູກຄ້າຈຳນວນຫຼາຍ. ລາວແຕ້ມ, ຮວບຮວມຂໍ້ຈໍາກັດດ້ານເຕັກນິກການຜະລິດ,ການຈັດການການຜະລິດ ແລະ ເບິ່ງແຍງພາກສ່ວນແອັບພີກເຄຊັນຂອງໂຊລູຊັນຊອບແວທີ່ຝັງຢູ່ໃນຈໍສຳພັດ ແລະ ໂດຍທົ່ວໄປໃນສື່ດິຈິຕອນ.

ປະສົບການຂອງລາວໃນການນໍາໄປສູ່ເສັ້ນທາງທີ່ສັບຊ້ອນລະຫວ່າງຄວາມຕ້ອງການຂອງລູກຄ້າ ແລະ ຜະລິດຕະພັນທີ່ສົ່ງມອບເຮັດໃຫ້ລາວສາມາດພັດທະນາໂຊລູຊັນທີສັບຊ້ອນ ແລະ ອາໄສ ” economical drawing stroke ” ຂອງລາວ ຕະຫຼອດຮອດການສ້າງສັນຂອງລາວ. ລາວຖ່າຍທອດທີມງານຂອງລາວໃນວັດທະນະທໍາທີ່ຈຳເປັນ ແລະ ປະສິດທິພາບ.

Massessilia Fenniche

ນັກອອກແບບ UX / UI

Massessiliia ໄດ້ເຂົ້າຮ່ວມງານກັບພວກເຮົາໃນເດືອນຕຸລາ ເພື່ອເພີ່ມນັກອອກແບບຜູ້ທີ 2 ໃຫ້ກັບທີມ. ລາວເປັນຄົນຝືກງານດ້ານການອອກແບບເວັບ ແລະ ສິ່ງພິມ ໂດຍມີທັກສະໃນການອອກແບບເວັບໄຊຕ໌ຕາມຫຼັກຂອງ ergonomic ແລະ ທັກສະດ້ານຄວາມຄິດສ້າງສັນທີ່ນອກເຫນືອຈາກການອອກແບບດິຈິຕອນ.

Massessilia ແບ່ງຄວາມຮັບຜິດຊອບການອອກແບບກັບ Lucinda ແລະ Stephane, ອອກແບບໂລໂກ້, ການສ້າງແບຣນ, website layout ແລະ ແບບຈໍາລອງ XiLearn LMS. ລາວຍັງເຮັດວຽກກ່ຽວກັບເອກະຫຼັກທາງພາບຂອງ XiLearn.

ລາວຮັບຜິດຊອບໂຄງການພາຍໃຕ້ການເບິ່ງແຍງຂອງ Sylvie ແລະ Stéphane,ເພື່ອໃຫ້ແນ່ໃຈວ່າໂຄງການດໍາເນີນການໄປຢ່າງສົມບູນ.

Lucinda Mufi

ຮັບ​ຜິດ​ຊອບ​ດ້ານອານີເມຊັ້ນ​, ການ​ສື່​ສານ ​ແລະ​ ການ​ພັດ​ທະ​ນາ​ຂອງ​ມາ​ເລ​ເຊຍ ​ແລະ ​ອິນ​ໂດ​ເນ​ເຊຍ​.

Lucinda ເປັນນັກອອກແບບທີ່ຊ່ຽວຊານໃນດ້ານອະນິເມຊັ້ນ 2D ໂດຍມີພື້ນຖານໃນການຈັດການໂຄງການດິຈິຕອນ.

ລາວມີໜ້າທີຮັບຜິດຊອບໃນການສ້າງເນື້ອຫາທີ່ໜ້າສົນໃຈສຳລັບເຄືອຂ່າຍສັງຄົມຂອງເຮົາ, ສ້າງການຕະຫຼາດດວ້ຍພາບທີມີຜົນ ແລະ ແກ້ໄຂຫຼັກສູດຂອງເຮົາ. ດ້ວຍທັກສະດ້ານອານີເມຊັ້ນ 2D ຂອງລາວ,ລາວສາມາດສື່ສານບໍລິການຂອງ XiLearn ໄດ້ຢ່າງມີປະສິດທິພາບ.

Lucinda ຮັບຮອງວ່າໂຮງຮຽນຂອງເຮົາຈະມອບປະສົບການໃຊ້ງານທີ່ດີທີ່ສຸດໃຫ້ນັກຮຽນ ແລະ ຈະຮັບຜິດຊອບການພັດທະນາໂຄງການຂອງເຮົາໃນອິນໂດເນເຊຍ ແລະ ມາເລເຊຍ ເພື່ອໃຫ້ໝັ້ນໃຈວ່າໂຄງການຂອງເຮົາຈະເຕິບໃຫ່ຍຢ່າງຕໍ່ເນື່ອງ

Loic Le Clere

ນັກ​ພັດ​ທະ​ນາ​ເວັບ​

Loïc ເຂົ້າຮ່ວມທີມງານຂອງເຮົາໃນເດືອນກັນຍາ 2022 ໃນຖານະເປັນນັກພັດທະນາຜູ້ທີ 2.

ລາວຍັງຢູ່ໃນຂັ້ນຕອນການຮຽນຮູ້ໃນດ້ານການພັດທະນາຄອມພິວເຕີ, Loïc ມີສ່ວນຮ່ວມໃນການອອກແບບ ແລະ ພັດທະນາXilearn LMS ຮ່ວມກັບທີມງານທີມີຢູ່.

ນັບຕັ້ງແຕ່ລາວໄດ້ເຂົ້າຮວ່ມ Loïc ໄດ້ເຮັດວຽກຢ່າງໃກ້ຊິດກັບທີມງານ Xilearn ທັງຫມົດໃນການອອກແບບ Xilearn LMS ແລະ ໂດຍສະເພາະກັບທີມອອກແບບ ເພື່ອນຳການອອກແບບໄປໃຊ້ ແລະ ຮັບປະກັນວ່າຜະລິດຕະພັນຂັ້ນສຸດທ້າຍມີຄວາມຖືກຕ້ອງ ແລະ ໃຊ້ງານໄດ້ແທ້

Claire Niclause

VP charge of partnerships

ເຈົ້າມີຄວາມສົນໃຈໃນການສຶກສາປະເທດທີ່ກຳລັງຂະຫຍາຍຕົວຂື້ນໃໝ່ ຫຼືບໍ? ການພັດທະນາ SMEs ຝຣັ່ງໃນຕ່າງປະເທດ?

ເຈົ້າເປັນຜູ້ບໍລິຈາກ ຫຼື ມູນນິທິບໍ? ບໍລິສັດ? ໂຮງຮຽນ ຫຼື ມະຫາວິທະຍາໄລບໍ? ອົງກອນສາກົນບໍ? ບຸກຄົນ? digital nomad? ໜວ່ຍງານອື່ນ?

ເຈົ້າມີພອນສະຫວັນບໍ? ເງີນທຶນທີ່ມີຢູ່? ເວລາ? ຄອມພິວເຕີ?

ເຈົ້າຢາກເປັນຜູ້ບໍລິຈາກບໍ? ແບ່ງປັນ? ກອງທຶນ? ຊ່ວຍເຫຼືອ?

ຖ້າເປັນແນວນັ້ນພວກເຮົາຕ້ອງການເຈົ້າແທ້ໆ! ພວກເຮົາເປີດໃຫ້ການຮ່ວມມືໃນທຸກຮູບແບບ, ບໍ່ວ່າເຈົ້າຈະຢູ່ໃສ, ເພື່ອເຮັດໃຫ້ນັກສຶກສາລາວຈາກ XiLearn ມີເງື່ອນໄຂການຮຽນທີ່ເໝາະສົມ ແລະ ມີອະນາຄົດທີ່ດີຂຶ້ນດ້ວຍຄວາມຊ່ຽວຊານ ແລະ ມີວິຊາຊີບ.

Leuth Panepakone

Audio-visual technician

ເລີດ ທົດສອບຫຼັກສູດພາສາລາວ, ດູແລການບັນທຶກ, ປັບການເຄື່ອນໄຫວຂອງສະມາຄົມໃຫ້ແທດເໝາະກັບຈຸດພິເສດຂອງປະເທດ, ລະບຸໂອກາດໃນການປັບປຸງພັດທະນາປະເທດ.

Charlotte Rialland

ເລຂາທິການຂອງ Digital Collaborative Schools

Charlotte ເປັນອາຈານສອນມາ 7 ປີແລ້ວ. ລາວມຸ່ງຫມັ້ນທີ່ຈະພັດທະນາວິທີການສຶກສາໃນທາງບວກ ແລະ ເອົາໃຈໃສ່. ອີກທັງລາວຍັງຮັກມັກກ່ຽວກັບປະຫວັດສາດ ແລະ ສິລະປະອີກດ້ວຍ.

Inpaseuth Phengvinaiya

ຜູ້ແປພາສາ

ພາສາລາວ-ຝຣັ່ງ-ອັງກິດທີ່ສົມບູນແບບ, Inpaseuth ມີສ່ວນຮວມໃນການຮັບສະໝັກຂອງນັກຮຽນ ແລະ ປັບນະໂຍບາຍການຕະຫຼາດໃຫ້ເຂົ້າກັບປະເທດ.

Béatrice Gelbmann

Treasurer ຂອງ Digital collaborative Schools

Béatrice ໄດ້ມອບວິຊາຊີບຂອງລາວໃຫ້ກັບການຝຶກອົບຮົມ, ຫຼັງຈາກໄດ້ຮັບປະລິນຍາເອກດ້ານການວາງແຜນ ແລະ ການພັດທະນາ. ລາວໄດ້ພັດທະນາການຝຶກອົບຮົມດ້ານການຂົນສົ່ງໃນໂຮງຮຽນວິສະວະກໍາທີ່ສໍາຄັນໃນປາຣີ, ເປີດຕົວສອນປະລິນຍາໃນມະຫາວິທະຍາໄລ ທີ່ລາວເປັນອາຈານ ແລະ ສ້າງສູນຝຶກອົບຮົມພາຍໃນຂອງກຸ່ມການຂົນສົ່ງຊັ້ນນໍາໃນໂລກ. ລາວເຄີຍເຮັດວຽກເປັນຜູ້ຊ່ຽວຊານໃນປະເທດຝຣັ່ງ ແລະ ໃນຫຼາຍປະເທດທົ່ວໂລກ ແລະ ເປັນຜູ້ຂຽນຫນັງສື 2 ຫົວໃນດ້ານສາຂາການຂົນສົ່ງຜູ້ໂດຍສານສາທາລະນະ. ລາວຮັກມັກໃນການຕິດຕໍ່ ແລະ ມີຄວາມກະຕືລືລົ້ນທີ່ຈະສົ່ງເສີມການຖ່າຍທອດທັກສະ ເພື່ອການພັດທະນາເສດຖະກິດ ແລະ ການສຶກສາຂອງຜູ້ຄົນ ແລະ ປະເທດ.