ການຮຽນເຕັກນິກຕ່າງໆຂອງ ການຕະຫຼາດ ດິຈິຕອນ, ແມ່ນ

ມີຄວາມມ່ວນຊື່ນໃນຂະນະທີ່ຮຽນ

ຮຽນໜັງສືດ້ວຍຄວາມມ່ວນຊື່ນ ແລະ ກະຕຸ້ນຄວາມຄິດສ້າງສັນຂອງເຈົ້າ.

ຊອກຫາວຽກ

ກາຍເປັນຜູ້ຊ່ຽວຊານ ແລະ ຊອກຫາວຽກທີ່ກ່ຽວຂ້ອງໄດ້ງ່າຍຂື້ນ

ກາຍເປັນສ່ວນໜື່ງຂອງເຄືອຂ່າຍ

ເຈົ້າຈະເປັນສ່ວນໜື່ງຂອງເຄືອຂ່າຍກັບບັນດາຜູ້ຊ່ຽວຊານຕ່າງໆຈາກ XiLearn.

ແບ່ງປັນແນວຄວາມຄິດ

ແລກປ່ຽນ ແນວຄວາມຄິດ ແລະ ຊອກຫາຄູ່ຮ່ວມງານທີ່ເໝາະສົມ.

XiLearn ແມ່ນຫຍັງ?

ໂຄງການ XiLearn ຖືກພັດທະນາໂດຍສະມາຄົມຝຣັ່ງ « Digital Collaborative Schools » ເຊິ່ງເປັນໂຄງການກ່ຽວກັບ ການຮຽນອອນໄລວິຊາ ການຕະຫຼາດດິຈິຕອນ.

ບົດຮຽນແມ່ນໃຊ້ພາສາລາວ 80 % ແລະ 20 % ເປັນພາສາອັງກິດ. ໂດຍໂຄງການມີແຜນ ຂະຫຍາຍອອກໄປສູ່ ປະເທດອື່ນໃນ ອາຊີ ຕາເວັນອອກສຽງໃຕ້.

ເປົ້າໝາຍຂອງໂຄງການນີ້ແມ່ນການສ້າງຜູ້ຊ່ຽວຊານດ້ານເຕັກນິກດິຈິຕອນທຸກແບບໂດຍບໍ່ມີການຈຳກັດເລື່ອງລາຍຮັບ, ຈຳແນກເລື່ອງເພດ ຫຼື ອາຍຸ ແລະ ເຊື່ອມໂຍງກັບທຸລະກິດທ້ອງຖິ່ນ ແລະ ເອີຣົບ.

Play Video

ວິທີການຂອງ XiLearn

ຂັ້ນຕອນທີ່ 1

ຫຼັງຈາກທີ່ເອກກະສານການສະໝັກຖືກຕອບຮັບແລ້ວ, ນັກຮຽນຈະໄດ້ຮັບລະຫັດຜ່ານເພື່ອເຂົ້າສູ່ລະບົບແພຼັທຟອຣມຂອງ XiLearn, ໃນເວລາ ແລະ ມື້ ທີ່ຕ້ອງການ.

ຂັ້ນຕອນທີ່ 2

ນັກຮຽນຈະໄດ້ຮັບບົດຮຽນຊຸດທຳອິດກ່ຽວກັບພື້ນຖານຕ່າງໆຂອງການຕະຫຼາດ, ຫຼັກການນ້ຳໃຊ້ເຫດຜົນ, ການປ້ອງກັນຂໍ້ມູນ, ວິທີສ້າງບໍລິສັດ ແລະ ວິທີການຮຽນອອນໄລທີ່ເໝາະສົມ. ຫຼັງຈາກນັ້ນ, ນັກຮຽນຈະເລືອກຮຽນຫຼັກສູດທີ່ເໝາະສົມກັບຄວາມຕ້ອງການຂອງເຂົາ.

ຂັ້ນຕອນທີ່ 3

ຕໍ່ໄປນັກຮຽນຈະໄດ້ຮັບບົດຮຽນທີມີຄວາມມ່ວນ, ມີລະບຽບຮຽບຮ້ອຍ ແລະ ມີຄຸນນະພາບ, ຫຼັງຈາກນັ້ນກໍ່ນຳໃຊ້ຄວາມຮູ້ດ້ວຍການຕອບແບບສອບຖາມ ແລະ ແລກປ່ຽນກັບນັກຮຽນຜູ້ອື່ນຜ່ານ Discord ຂອງ XiLearn

ຂັ້ນຕອນທີ່ 4

ນັກຮຽນຈະໄດ້ຮັບ ຄະແນນ ແລະ ໃບຢັ້ງຢືນຂອງ XiLearn.

ຂັ້ນຕອນທີ່ 5

ຢູ່ ແພຼດຟອຣມ ນັກຮຽນຈະສະເໜີໂຕເອງ, ພ້ອມທັ່ງຄວາມສາມາດຕ່າງໆຂອງພວກເຂົາໃຫ້ກັບບໍລິສັດສະມາຊິກ ເພື່ອສະໜອງບໍລິການ ຫຼື ສົ່ງງຊິວະປະຫວັດຫຍໍ້ ແລະ ຄຳແນະນຳຂອງຄູອາຈານທີສອນເພື່ອສ້າງຊື່ສຽງໃຫ້ເຂົາ.

ຕະຫຼອດໄລຍະຂອງການຝຶກອົບຮົມ, ນັກຮຽນສາມາດເຂົ້າໄປໃນຫ້ອງສະເໝືອນຈິງອອນໄລນຂອງ XiLearn ເພື່ອແລກປ່ຽນກັບນັກຮຽນ, ຄູອາຈານ, ທີ່ປຶກສາ.

XiLearn ຈະນຳຫຍັງມາໃຫ້?

ການເປີດເສັ້ນທາງໃຫມ່ໆ

ເຈົ້າຈະຊອກຫາວຽກໃນຂະແໜງການດິຈິຕອນ ແລະ ຈະເຂົ້າຫາທຸລະກິດທ້ອງຖິ່ນ

ຄວາມຊໍານານ

ເຈົ້າຈະພັດທະນາຄວາມຊຳນານກ່ຽວກັບການຕະຫຼາດດິຈິຕອນ ແລະ ຫາວຽກໄດ້ງ່າຍຂື້ນຍ້ອນວ່າຜູ້ຄົນຕ້ອງການຈ້າງຫຼາຍຂື້ນ.

ການພັດທະນາ

ເຈົ້າຈະ​ສ້າງ​ສູນລວມ​ດິ​ຈິ​ຕອນ​ທີ່​ມີແຮງດຶງ​ດູດ​ໃນການເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ

ສູນກາງຄວາມສົນໃຈ

ເຈົ້າຈະສ້າງຈຸດສົນໃຈສໍາລັບ ກຸ່ມຄົນເຮັດວຽກແບບອິດສະລະ ທາງດິຈິຕອນທົ່ວໂລກ

ຄວາມເປັນອິດສະລະ

ເຮັດວຽກອິດສະລະກັບບໍລິສັດຕ່າງປະເທດໂດຍການເຮັດວຽກໄລຍະໄກ.

ຜູ້ປະກອບການ

ເຈົ້າຈະສ້າງທຸລະກິດຂອງຕົວເອງ.

XiLearn ແມ່ນສຳລັບໃຜ?

ຄົນເຮັດວຽກແບບອິດສະຫຼະ

ນັກສຶກສາ

ພະນັກງານ

ແມ່ເຮືອນ

ເປັນຫຍັງຈື່ງຕ້ອງເລືອກ XiLearn ?

  • ບົດຮຽນເປັນພາສາລາວ

    ພາສາຈະບໍ່ແມ່ນບັນຫາສຳລັບເຈົ້າອີກຕໍ່ໄປ! ບົດຮຽນຂອງ XiLearn ແມ່ນມີຫຼາຍພາສາ. ເລືອກພາສາທີເຈົ້າລຶ້ງເຄີຍ ແລະ ຮຽນໜັງສືຢ່າງສະບາຍໃຈ.

  • ເປັນບົດຮຽນທີ່ມີຄວາມມ່ວນ

    XiLearn ສະເໜີບົດຝຶກຫັດການຕອບແບບສອບຖາມ ແລະ ມີກໍ​ລະ​ນີ​ສຶກ​ສາ ໂດຍການສ້າງສິ່ງທ້າທາຍກັບນັກຮຽນຂອງ XiLearn, ຍົກລະດັບຂອງເຈົ້າ ແລະ ເພີ່ມທັກສະໃຫມ່!

  • ການ​ພົວ​ພັນ​ລະ​ຫວ່າງ​ນັກຮຽນຂອງ XiLearn​

    XiLearn ມີ Discord ທີຈະເຮັດໃຫ້ນັກຮຽນສື່ສານກັນໄດ້ເພື່ອຊ່ວຍເຫຼືອກັນ, ຮ່ວມມືກັນ. ຂະຫຍາຍເຄືອຂ່າຍຂອງເຈົ້າດ້ວຍໂອກາດນີ້!

  • ເຄືຶອຂ່າຍອາຊີ ເອີຣົບ

    ທຸລະກິດທີ່ຢູ່ເອີຣົບທີ່ກາຍເປັນສະມາຊິກຂອງ XiLearn ຈະສາມາດເຂົ້າຮ່ວມການບໍລິການຂອງຜູ້ຊ່ຽວຊານທີ່ໄດ້ຮັບການຝຶກອົບຮົມມາແລ້ວ ຫຼື ພ້ອມທັງຈ້າງພວກເຂົາເພື່ອປັບປຸງ ຫຼື ພັດທະນາຍຸດທະສາດການຕະຫຼາດດິຈິຕອນຂອງພວກເຂົາ ກັບບາງປະເທດໃນອາຊີຕາເວັນອອກສຽງໃຕ້.

  • ຫຼັກສູດຮຽນຟຣີ (ສະເພາະໄລຍະໜຶ່ງ).

    ຫຼັກສູດນີ້ແມ່ນຈະບໍ່ເສຍຄ່າຮຽນສໍາລັບນັກຮຽນທີ່ມີສັນຊາດລາວ, ອາໄສຢູ່ໃນລາວ ແລະ ທີ່ລົງທະບຽນກ່ອນວັນທີ 31 ມີນາ 2023.